SEO ( Search Engine Optimize )
SEO = Search Engine Optimize ເປັນເຄື່ອງມືການຄົ້ນຫາ ຄື ວິທີການປັບແຕ່ງເວັບໄຊຕ໌ ຊຶ່ງລວມທັງຫມົດເຖິງການປັບປຸງເນື້ອຫາ ແລະ ການເພີ່ມ Backlink ຊຶ່ງເປັນລິງຄ໌ທີ່ມີຄຸນນະພາບມາຍັງເວັບໄຊຕ໌ ເພື່ອໂປຣໂມດເວັບໄຊຕ໌ໃຫ້ຕິດຢູ່ໃນອັນດັບຕົ້ນໆ
ເທິງ Search
Result Page (ຫນ້າສະແດງຜົນການຄົ້ນຫາ) ເມື່ອປ້ອນ Keyword (ຄຳຄົ້ນຫາ) ທີ່ຕ້ອງການຜ່ານ Search
Engine (ເຄື່ອງມືຄົ້ນຫາ) ເທີງ Google, Yahoo!,
Bing ເປັນຕົ້ນ ໂດຍເປັນວິທີການທີ່ມີປະສິດທິພາບໃນການເພີ່ມຍອດຜູ້ເຂົ້າຊົມເວັບໄຊຕ໌ໃນໄລຍະຍາວ
ເນື່ອງຈາກໃນປະຈຸບັນມີຜູ້ຄົ້ນຫາຂໍ້ມູນຜ່ານ Google ຫລາຍເປັນອັນດັນໜຶ່ງໃນຫຼາຍໆ ປະເທດ ທັງໃນປະເທດລາວ
ສະຫະລັດອເມຣິກາ ອັງກິດ ອິນເດຍ ຍີ່ປຸ່ນ ເປັນຕົ້ນ ສ່ວນໃຫຍ່ຈຶ່ງເນັ້ນການເຮັດ
SEO ເທິງ Google ເປັນຫຼັກ
ທັງນີ້ ແຕ່ລະ Search Engine ກໍມີຫຼັກການທີ່ບໍ່ຕ່າງກັນຫລາຍ ນັ້ນຄື "User
Experience (UX)" ຫລື "ການມອບປະສົບການການໃຊ້ງານທີ່ດີທີ່ສຸດ" ດັ່ງນັ້ນການເຮັດ SEO ຕາມຫຼັກຂອງ
Google ຈະເນັ້ນການເຮັດເວັບໄຊຕ໌ໃຫ້ມີຄຸນນະພາບ
ໃຫ້ຂໍ້ມູນທີ່ກົງກັບ Keyword ທີ່ໃຊ້ຄົ້ນຫາ ຈຶ່ງສາມາດສົ່ງຜົນໃນການເຮັດ SEO ໃນ Search Engine ອື່ນໆ ອີກດ້ວຍ
ສຳລັບຄົນເຮັດເວັບໄຊຕ໌ ຫລື ນັກຂຽນຄອນເທນຕ໌ Google AdSense ຄື ຊ່ອງທາງທີ່ຊ່ວຍໃຫ້ເຮົາມີລາຍໄດ້ເພີ່ມຂຶ້ນໄດ້ ຄົນທີ່ສາມາດເຮັດເວັບໄຊຕ໌ໄດ້ກໍອາດຈະໄດ້ປຽບໃນເລື່ອງນີ້ຢູ່ດ້ວຍແນ່ນອນແຕ່ສຳລັບນັກຂຽນຢ່າງເຮົາ ອາດຈະລອງເລີ່ມຕົ້ນຈາກການໃຊ້ Blogger.com, WordPress (ຟຣີ) ຫລື ແພລດຟອມເວັບໄຊຕ໌ສຳເລັດຮູບທີ່ຮອງຮັບ AdSense ກໍໄດ້
ທັກສະທີ່ການເຮັດເວັບ Blog ຈະຂາດໄປບໍ່ໄດ້ ການເຮັດເວັບໄຊຕ໌ໃຫ້ຕິດອັນດັບເທິງໜ້າ
Google ຈະຊ່ວຍໃຫ້ຄົນຄລິກເຂົ້າມາໃນເວັບໄຊຕໍ່ຢ່າງຕໍ່ເນື່ອງ
ແລະ ໄລຍະຍາວ ນັ້ນໝາຍຄວາມວ່າເຮົາບໍ່ຈຳເປັນຕ້ອງເອົາລິ້ງກ໌ເວັບໄປໂພດຕ໌ໃນ
Facebook ຫລື Twitter ເລີຍ ກໍສາມາດສ້າງລາຍໄດ້ຜ່ານ
AdSense ໄດ້



0 Comments