ສ້າງຊ່ອງຢູທູບໄດ້ດ້ວຍຕົວເອງ
① ສ້າງບັນຊີອີເມລໃຫມ່ - Gmail Account
ຕົວຢ່າງ: ຂໍ້ມູນທີ່ຕ້ອງກະກຽມ.
- ຊື່ ແລະ ນາມສະກຸນ
- ທີ່ຢູ່ອີເມລ: info.google@gmail.com
- ລະຫັດຜ່ານ: 1995xxxx
- ເບີໂທລະສັບ:+856 20 5x xxx 745
- ວັນເດືອນປີເກີດ: 05 ພຶດສະພາ 2000
- ເພດ: ຊາຍ ຫຼື ຍິງ
- ຂັ້ນຕອນທີ 01: ເປີດຄອມພີວເຕີ ຫຼື ໂທລະສັບ ທີ່ເຊື່ອມຕໍ່ອິນເຕີເນັດ ເຂົ້າໄປທີ່ບຣາວເຊີ Google Chrome ຫລັງຈາກນັ້ນ ໃຫ້ຄລິກໃສ່ທີ່ " Gmail " ຢູ່ດ້ານຂວາເທີງ ( ສຳລັບຄອມພີວເຕີ )
ຈາກນັ້ນຈະປະກົດໜ້າຕ່າງໃຫມ່ຂື້ນມາດັ່ງຮູບພາບລຸ່ມນີ້ ແລ້ວຄລິກໃສ່ທີ່ " ມຸມຂວາດ້ານເທີງ ແລະ ມຸມຊ້າຍ ດ້ານລຸ່ມ " ທີ່ຂື້ນຄຳວ່າ ສ້າງບັນຊີ
- ຂັ້ນຕອນທີ 02: ຂັ້ນຕອນນີ້ແມ່ນສຳຄັນຫລາຍທຸກຄົນຕ້ອງປ້ອນຂໍ້ມູນສ່ວນ ແລະ ຄວາມປອດໄພ.
- ທີ່ຢູ່ອີເມລ ແມ່ນສາມາດໄດ້ຕາມໃຈ ແຕ່ຕ້ອງບໍ່ຊ້ຳກັບທີ່ຢູ່ຂອງຜູ້ອື່ນ
- ລະຫັດຜ່ານ ແມ່ນລະຫັດລັບ ຂອງຜູ້ໃຊ້ເອງ ກຳນົດມີ 8ຕົວເລກຂື້ນໄປ ແຕ່ບໍ່ໃຫ້ເກີນ 20ຕົວ ( ສາມາດໃສ່ໄດ້ທັງເຄື່ອງໝາຍ, ອັກສອນ ແລະ ຕົວເລກ )
ໝາຍເຫດ: ທີ່ຢູ່ອີເມລ ແລະ ລະຫັດຜ່ານ ແມ່ນຕ້ອງໄດ້ຈົດໄວ້ເພື່ອໃຊ້ເຂົ້າສູ່ລະບົບ.
ກໍລະນີມີການໃຫ້ຢືນຢັນຕົວຕົນ
ເລືອກປະເທດລາວ ແລ້ວປ້ອນໝາຍເລກໂທລະສັບໃສ່ 0205xxx7542 ຈາກນັ້ນໃຫ້ລໍຖ້າລະຫັດ 6ຕົວເລກ ຈາກກູເກີລ ສົ່ງມາຫາໝາຍໂທລະສັບ ທີ່ກ່ອງຂໍ້ຄວາມເພື່ອນຳມາເປັນການຢືນຢັນຕົວ
ເມື່ອມາຮອດໜ້ານີ້ແລ້ວໃຫ້ປ້ອນຂໍ້ມູນສ່ວນຕົວລົງໃສ່ຕາມທີ່ສະແດງຂື້ນໃນໜ້ານີ້ ເຊັ່ນ: ໝາຍເລກໂທລະສັບ, ອີເມລກູ້ຄືນ, ວັນເດືອນປີເກີດ ແລະ ເພດ ຕາມລຳດັບ. ຫຼັງຈາກ ປ້ອນຂໍ້ມູນເປັນທີ່ຮຽບຮ້ອຍແລ້ວໃຫ້ກົດທີ່ " ຖັດໄປ ຫຼື Next " ( ຖ້າເປັນພາສາອັງກິດ ) ເພື່ອໄປສູ່ໜ້າຖັດໄປ.- ຂັ້ນຕອນທີ 03: ຂັ້ນຕອນນີ້ເຊີ່ງເປັນຂັ້ນຕອນສຸດທ້າຍຂອງການສະໝັກບັນຊີອີເມລໃຫມ່ ແມ່ນຜູ້ສະໝັກຕ້ອງໄດ້ອ່ານບັນດານະໂຍບາຍຕ່າງໆ ຂອງກູເກີລ ເພື່ອເປັນການຍອມຮັບເປັນສະມຊິກ ຂອງຜູ້ໃຊ້ບໍລິການ ເມື່ອເຂົ້າໃຈແລ້ວໃຫ້ກົດທີ່ " ຂ້ອຍເຫັນດີ ຫຼື I agree " ຖືວ່າການສ້າງບັນຊີອີເມລ ສຳເລັດ.
② ສ້າງຊ່ອງຢູທູບໃໝ່ - Youtube Channel
- ອັບເດດຂໍ້ມູນປະເທດລາວ ເປັນ ໄທ
- ຢືນຢັນຊ່ອງ
- ຢືນຢັນແບບ 2ຂັ້ນຕອນ
③ ສ້າງບັນຊີກູເກີລແອດເຊັນໃໝ່ - Google Adsense
ຕົວຢ່າງ: ການປ້ອນຂໍ້ມູນທີ່ຖືກຕ້ອງ ແລະ ເພື່ອໃຫ້ໄດ້ຮັບພີນຕ້ອງສະຖານທີ່ໃກ້ຄຽງ.
- ຊື່ ແລະ ນາມສະກຸນ: Palou JoungPor
- ທີ່ຢູ່ 01: ບ້ານຫ້ວຍນີ ເມືອງຊຳໃຕ້ ແຂວງຫົວພັນ
- ທີ່ຢູ່ 02: +856 20 5x xxx 745 ( P.O.BOX 025 )
- ລະຫັດໄປສະນີ: 07050
- ເມືອງ: ຊຳໃຕ້
- ໂທລະສັບ: +856 20 5x xxx 745
Google Adsense ແມ່ນເປັນບໍລິການຂອງ Google ທີ່ເປີດໂອກາດໃຫ້ຄົນມີເວັບໄຊ ສາມາດນຳໂຄສະນາ ຂອງ Google ມາສະແດງຜົນຢູ່ໜ້າເວັບໄຊ ຂອງຕົວເອງ ເມື່ອຜູ້ໃຊ້ບໍລິການ ເຂົ້າມາໃຊ້ບໍລິການເວັບຂອງເຮົາ ແລ້ວຄລິກເຂົ້າໄປເບີ່ງໂຄສະນາຂອງ Google ແລ້ວເຮົາຈະມີລາຍໄດ້ຈາກ Google ນັ້ນເອງ
CONTACT US | ຕິດຕໍ່ພວກເຮົາ:
╔═══════════╗
╚═══════════╝
Tshooj 01: https://bit.ly/3r17M0b
Tshooj 02: https://bit.ly/3omVSML
Tshooj 03: https://bit.ly/3u6chZo


0 Comments