History - ຮ່ອງຮອຍທາງປະຫວັດສາດ

ຮ່ອງຮອຍທາງປະຫວັດສາດທີ່ລຶກລັບ




ມະຫັດສະຈັນຜົນການພິສູດ "ນັກວິທະຍາສາດ ທ່ານນາງ Laura Lynn Shackelford ມະຫາວິທະຍາໄລອີລິນອຍ (University of Illinois) ຢັ້ງຢືນຊິ້ນສ່ວນຫົວກະໂຫຼກຂອງມະນຸດດຶກດຳບັນທີ່ຄົ້ນພົບແຕ່ປີ 2009 ພາຍໃນຖ້ຳຜາລີງ ຕັ້ງຢູ່ #ບ້ານລ້ອງງົວປ່າ ເມືອງຊ່ອນ ແຂວງຫົວພັນ ແມ່ນມີຄວາມເກົ່າແກ່ເຖິງ 63,000 ປີ ແລະ ໃນຂະນະທີ່ອາຍຸຂອງຫິນໃນບໍລິເວນດຽວກັນມີອາຍຸຕັ້ງແຕ່ 46,000-51,000 ປີ. " ນັກວິທະຍາສາດຜູ້ນີ້ກ່າວວ່າ ຖືເປັນການຄົ້ນພົບຄັ້ງສຳຄັນໃນຮອບເກືອບສະຕະວັດເລີຍກໍ່ວ່າໄດ້, ສີ້ນສ່ວນຫົວກະໂຫຼກມະນຸດທີ່ພົບໃນປະເທດລາວ ເປັນສີ້ນສ່ວນເກົ່າແກ່ທີ່ສຸດເທົ່າທີ່ເຄີຍຄົ້ນພົບໃນພູມມິພາກນີ້, ຮູບລັກສະນະຂອງຫົວກະໂຫຼກ ລວມທັງແຂ້ວທີ່ຍັງເຫຼືອຢູ່ ບໍ່ຕ່າງຈາກຫົວກະໂຫຼກຂອງມະນຸດຍຸກໃໝ່ປານໃດ; ແຕ່ຕ່າງກັນທີ່ຢ່າງຊັດເຈນກັບຂອງ "ມະນຸດປັກກິ່ງ" (Homo erectus pekinesis) ທີ່ມີອາຍຸປະມານ 100,000 ປີ ແລະ "ມະນຸດຊະວາ" (Pithecanthropus erectus) ເຊິ່ງອາດຈະຢູ່ໃນດິນແດນປະເທດອິນໂດເນເຊຍໃນປັດຈຸບັນ ປະມານ 900,000-300,000 ປີມາແລ້ວ, ທັງໝົດນັ້ນເປັນພຽງ Homo erectus ຫຼື ວານອນທີ່ວິວັດທະນາການຈົນສາມາດຍືນຫຼັງກົງໄດ້ ກ່ອນຈະວິວັດທະນາການອີກຂັ້ນໜຶ່ງໄປເປັນໂຮໂມເຊປຽນ (Homo sapiens) ບັນພະບຸລຸດຂອງມະນຸດໃນຍຸກປັດຈຸບັນ;

.

ຮູບທີ: 01

ຮູບທີ: 02

    ນອກຈາກນັ້ນ, ຫົວກະໂຫຼກ ກັບ ແຂ້ວຂອງມະນຸດທີ່ພົບໃນປະເທດລາວ ຍັງມີຮູບລັກສະນະທີ່ຕ່າງຈາກ ຫົວກະໂຫຼກມະນຸດນີອັນເດີທາລ (Homo sapiens neanderthalnsis) ເຊິ່ງເປັນມະນຸດຍຸກໃໝ່ໃນເອີຣົບ; ຕາມທິດສະດີທີ່ເກີດຂຶ້ນຈາກຫຼັກຖານອັນຈຳກັດ ບວກກັບຄວາມເຊື່ອນັ້ນ ມະນຸນວານອນຢູ່ໃນໂລກນີ້ມາດົນກວ່າ 1.2-1.4 ລ້ານປີ, ແຕ່ “ຄົນ” ຖືກຳນົດໃນທະວີບອາຟຣິກາ ເມື່ອປະມານ 200,000 ປີກ່ອນ ທີ່ຈະອົບພະຍົບຍ້າຍຖິ່ນຖານໃນຊ່ວງເວລາຕໍ່ມາ, ໄດ້ເລີ່ມອົບພະຍົບກັນໃນຍຸກສະໄໝໃດນັ້ນ, ຍັງເປັນສິ່ງທີ່ຖົກຖຽງກັນບໍ່ສິ້ນສຸດ, ໃນຂະນະທີ່ຫຼາຍຄົນບໍ່ເຊື່ອວ່າມັນຈະເປັນເຊັ່ນນັ້ນ ມະນຸດບໍ່ໜ້າຈະຕ່າງໄປຈາກສັດຊະນິດອື່ນໆ ທີ່ຖືກຳນົດມາໃນຫຼາຍໆບ່ອນ ຫຼາຍໆຍຸກແຕກຕ່າງກັນໄດ້;

ຮູບທີ: 03

    ການຄົ້ນພົບຫົວກະໂຫຼກຂອງມະນຸດຊວາ ທີ່ມີອາຍຸຫຼາຍແສນປີ ຮ່ວມສະໄໝກັບມະນຸດວານອນໃນອາຟຣິກາ ໄດ້ເຮັດໃຫ້ເກີດການໂຕ້ແຍ້ງທີ່ຍັງບໍ່ໄດ້ຂໍ້ສະຫຼຸບ ທິດສະດີເດີມເຊື່ອວ່າ ພວກທີ່ຢູ່ໃນດິນແດນອິນໂດເນເຊຍອາດຈະອົບພະຍົບໄປກ່ອນ ແຕ່ອີກກະແສໜຶ່ງເຊື່ອວ່າ ພວກນີ້ບໍ່ໄດ້ອົບພະຍົບມາຈາກບ່ອນອື່ນ ຫາກແຕ່ວິວັດທະນາການຢູ່ທີ່ນັ້ນແຕ່ເດີມ ເຊັ່ນດຽວກັບມະນຸດວານອນໃນດິນແດນອື່ນໆທົ່ວໂລກ; ເຖິງຢ່າງໃດກໍ່ຕາມ, ຫຼັກຖານທາງບູຮານຄະດີໄດ້ບົ່ງບອກວ່າ ມະນຸດຍຸກໃໝ່ກຸ່ມທຳອິດ ທີ່ໄດ້ປາກົດຕົວໃນເຂດອາຊີເມື່ອປະມານ 60,000 ປີມາແລ້ວ ແຕ່ສົມມຸດຕິຖານນີ້ກໍ່ຍັງຂາດຫຼັກຖານທາງຊາກດຶກດຳບັນມາສະໜັບສະໜູນ ໂດຍສະເພາະຢ່າງຍິ່ງໃນອາຊີຕາເວັນອອກສຽງໃຕ້ ໂດຍເຊື່ອກັນວ່າຫຼັກຖານພວກນັ້ນຄົງຈະເສື່ອມສະພາບໄປໝົດແລ້ວຈາກສະພາບອາກາດຮ້ອນຊຸ່ມໃນທ້ອງຖິ່ນນີ້;
    ນັກວິທະຍາສາດອາເມຣິກາໄດ້ກ່າວວ່າ ຫຼັກຖານທີ່ພົບໃນຖ້ຳຜາລີງ ໄດ້ຊ່ວຍເຕີມເຕັມຊ່ອງວ່າງນີ້ແລ້ວ, ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງໜ້າປະຫຼາດໃຈຢູ່ ເພາະເຊື່ອກັນວ່າການອົບພະຍົບຄັ້ງໃຫຍ່ຈາກທະວີບອາຟຣິການັ້ນຈະເກາະກຸ່ມກັນໄປຕາມຝັ່ງທະເລເປັນຫຼັກ ເຂົ້າສູ່ຊົມພູທະວີບ, ບັນດາເກາະຕາມທາງອົບພະຍົບ ເຊິ່ງລວມເຖິງອິນໂດເນເຊຍ, ອົດສະຕຣາລີ ໄປຈົນເຖິງແຜ່ນດິນໃຫຍ່ ສປຈີນ ແລະ ຮາວາຍ; ແຕ່ເຫດໃດຈຶ່ງໄປພົບຫຼັກຖານອັນເຮັດໃຫ້ຂ້ອງຄາໃຈໃນເຂດພູຜາປ່າດົງພາກເໜືອຂອງປະເທດລາວ ເຊິ່ງເປັນດິນແດນທີ່ມະນຸດບໍ່ຄວນຈະຢູ່ເມື່ອຫຼາຍໝື່ນປີກ່ອນ;
😎

ຮູບທີ: 04

(ໃນຫຼາຍປີມານີ້, ຢູ່ປະເທດລາວ ໄດ້ມີການຄົ້ນພົບຮ່ອງຮອຍຂອງມະນຸດບູຮານຈຳນວນຫຼາຍ ໃນໂຄງການສຶກສາບູຮານຄະດີໃນອະນຸພູມມິພາກລຸ່ມແມ່ນ້ຳຂອງ ຫຼື ດິນແດນແມ່ນ້ຳຂອງຕອນລຸ່ມ ແຕ່ຫຼັກຖານທີ່ພົບສ່ວນໃຫຍ່ເປັນມະນຸດຍຸກຫິນໃໝ່ກັບຍຸກໂລຫະລະຫວ່າງ 4,000-2,000 ປີເທົ່ານັ້ນ; ໃນປີ 2010 ນັກວິທະຍາສາດຈາກມະຫາວິທະຍາໄລເພນຊິເວເນຍ (University of Pennsylvania) ໄດ້ປະກາດການຄົ້ນພົບຮ່ອງຮອຍຈຳນວນຫຼາຍໃນແຂວງຫຼວງພະບາງ ເຊິ່ງອາດຈະບົ່ງບອກວ່າມີມະນຸດບູຮານອາໄສຢູ່ໃນແຖບນີ້ມາແລ້ວປະມານ 11,000 ປີ ແຕ່ຫຼັກຖານຍັງບໍ່ໄດ້ຜ່ານການກວດພິສູດຫາອາຍຸ; ທ່ານ ນາງ ລໍຣາ ລີນ ແຊັກເຄີຟອດ ກ່າວວ່າໃນປີ 2009 ຄະນະຕ້ອງປີນຂຶ້ນໄປຕາມໜ້າຜາໃນບໍລິເວນທີ່ຮຽກວ່າ ພູຜາຫ່າງ ເຊິ່ງຢູ່ສູງຈາກລະດັບນ້ຳທະເລກວ່າ 1,100 ແມັດ ຈຶ່ງໄປເຖິງປາກທາງເຂົ້າຖ້ຳ, ຈາກນັ້ນຕ້ອງຄ່ອຍໆຢ່ອນລົງໄປຕາມປ່ອງຜາອັນສູງຊັນ ແລະ ລຸຍຕົມໄປອີກປະມານ 60 ແມັດ ຈຶ່ງພົບຊິ້ນສ່ວນຫົວກະໂຫຼກອັນນີ້; ນັກດຶກດຳບັນວິທະຍາຊາວອາເມຣິກາກ່າວວ່າ ພວກເຮົາຄິດວ່າເມື່ອກ່ອນຊາກດຶກດຳບັນທີ່ພົບນີ້ ກໍ່ຄົງຢູ່ທາງເທິງເຊັ່ນດຽວກັບຊາກດຶກດຳບັນຂອງສັດ ແລະ ພືດອີກຈຳນວນໜຶ່ງ ແຕ່ຜ່ານໄປຫຼາຍຟ້າຫຼາຍປີ ອາດຈະຖືກນ້ຳພັດລົງປາກປ່ອງຖ້ຳ ແລະ ຫຼີ້ຊ້ອນຢູ່ໃນນັ້ນມາຈົນເຖິງທຸກວັນນີ້;
    ທ່ານ ນາງ ລໍຣາ ລີນ ແຊັກເຄີຟອດ ກ່າວອີກວ່າ ການຄົ້ນພົບຄັ້ງນີ້ໄດ້ປ່ຽນແນວຄິດກ່ຽວກັບເສັ້ນທາງການອົບພະຍົບຂອງມະນຸດຍຸກໃໝ່ເຂົ້າສູ່ອາຊີ ເຊິ່ງມີຫຼາຍກວ່າທີ່ເຄີຍຄິດກັນມາກ່ອນ ແລະ ກ່ອນໜ້ານີ້ບໍ່ມີໃຜຄິດວ່າມະນຸດເຫຼົ່ານີ້ຈະເຂົ້າມາໃນເຂດພູຜາສູງໃນປະເທດລາວ, ຫວຽດນາມ ແລະ ໄທ ເຊິ່ງຈະເຮັດໃຫ້ການສຶກສາໃນອະນາຄົດເປັນແບບໄຮ້ພົມແດນໄປເລີຍ; ໃນປັດຈຸບັນ, ນັກວິທະຍາສາດກຳລັງພະຍາຍາມສະກັດດີເອັນເອ ຈາກຊາກດຶກດຳບັນຫົວກະໂຫຼກທີ່ຄົ້ນພົບ ເພື່ອນຳໄປປຽບທຽບເບິ່ງວ່າ ມີສ່ວນກ່ຽວຂ້ອງກັບຄົນໃນແຫ່ງທີ່ຄົ້ນພົບນັ້ນຫຼືບໍ່.



Post a Comment

0 Comments